ສູນເພື່ອຄົນ ໂອທິສຕິກ ສະຫວັນນະເຂດ

ປະຫວັດຄວາມເປັນມາ

ສູນເພື່ອຄົນໂອທິສ໌ຕິກ ສະຫວັນນະເຂດແມ່ນເກີດຈາກຜູປົກຄອງທີ່ມີລູກເປັນເດັກໂອທິສ໌ຕິກ ເນື່ອງຈາກພຶດຕິກຳຂອງລູກທີ່ເປັນພິເສດກວ່າເດັກນອ້ຍຄົນອື່ນ ບໍ່ນິ້ງ ແລະ ບໍ່ຟັງຄຳສັ່ງຈາກຄູທີ່ສິດສອນ ເຮັດໃຫ້ໂຮງຮຽນຕ່າງໆບໍ່ສາມາດຮັບເອົາໄດ້ຈຶ່ງເຮັດໃຫ້ຜູ້ປົກຄອງພົບຄວາມຫຍຸ້ງຍາກຫລາຍ ບາງຄົນທີ່ມີວຽກປະຈຳ ກໍ່ຈຳເປັນໄດ້ລາອອກເພື່ອມາດູແລລູກ ບາງຄອບຄົວກໍ່ເອົາລູກໄປຝຶກຢູ່ປະເທດເພື່ອນບ້ານ ບາງຄອບຄົວກໍ່ເອົາລູກໄປຝຶກຢູ່ສູນເພື່ອຄົນໂອທິສ໌ຕິກວຽງຈັນເຊິ່ງເຮັດໃຫ້ພົບຄວາມຫຍຸ້ງຍາກຫລາຍ ສະນັ້ນໃນທ້າຍປີ2020 ເຊິ່ງໄດ້ຮັບການສະເໜີຈາກຜູ້ປົກຄອງຈໍານວນໜຶ່ງວ່າຕ້ອງການສູນເພື່ອຄົນໂອທິສ໌ຕິກຢູ່ແຂວງສະຫວັນນະເຂດ ເພື່ອຮອງຮັບເດັກນອ້ຍ ແລະ ກໍ່ໄດ້ທຶນສະໜັບສະໜູນຈາກໂຄງການສົ່ງເສີມການເຂົ້າເຖິງການສຶກສາຮຽນຮ່ວມສຳລັບເດັກໂອທິສ໌ຕິກ ແລະ ພິການທາງສະຕິປັນຍາ ຢູ່ແຂວງສະຫວັນນະເຂດ ໄລຍະທີ1 (ແຜນງານງານເຊກ້າ GIZ )ຈັດຕັ້ງປະຕິບັດໂດຍ ສະມາຄົມເພື່ອຄົນໂອທິສ໌ຕິກ ວັນທີ 01/12/2021 ໄດ້ເປີດສູນເພື່ອຄົນໂອທິສ໌ຕິກສະຫວັນນະເຂດຢ່າງເປັນທາງການຢູ່ທີ່ໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນຫົວເມືອງ ເໜືອ ເຊິ່ງຈຳນວນນັກຮຽນເບື້ອງຕົ້ນມີ 02 ຄົນ ແລະ ຄູເຝິກສອນມີຈຳນວນ 04/04 ຄົນ ແລະ ມາເຖິງໃນປີ 2024 ຈໍານວນນັກຮຽນທີ່ໄດ້ເຂົ້າມາຝຶກຢູ່ສູນລວມທັງໝົດມີ 18/02 ຄົນ ເຊິ່ງໃນນັ້ນໄດ້ມີການ ມອບຄືນໃຫ້ຜູ້ປົກຄອງໄປເຝິກຕໍ່ຢູ່ບ້ານມີຈຳນວນ 10/02 ຄົນ. ນອກນັ້ນ, ຍັງມີນ້ອງນັກຮຽນທີ່ໄດ້ໄປຮຽນຮ່ວມກັບນັກຮຽນປົກກະຕີຈຳນວນ 02 ຄົນ ໃນໄລຍະ 03 ປີ ສູນເພື່ອຄົນໂອທິສ໌ຕິກ ສະຫວັນນະເຂດ ເຫັນວ່າທາງສູນມີການພັດທະນາຂຶ້ນຢ່າງຊັດເຈນ ເຊິ່ງສະແດງອອກໃນເດັກທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ, ທາງສູນເພື່ອຄົນໂອທິສ໌ຕິກ ສະຫວັນນະເຂດ ຈຶ່ງຊອກທຸກວິທີທາງເພື່ອການພັດທະນາຂອງທັງຄູ ແລະ ເດັກນອ້ຍໂອທິສຕິກ ໃຫ້ມີປະສິດທິພາບໃນການພັດທະນາຮອບດ້ານໃຫ້ໄດ້ດີຂຶ້ນເລື້ອຍໆ.

ການບໍລິການຂອງພວກເຮົາ

ພວກເຮົາ ບໍລິການດ້ານ
  • - ທັກສະວິຊາການ
  • - ການໃຊ້ຮູບພາບເປັນສື່ການສອນ
  • - ວິຊາກະຊິກໍາ
  • - ວຽກງານກິລາ

ຄ່າບໍລິການ

LAK 2,500,000
  • - ສອງລ້ານຫ້າເເສນກີບຖ້ວນ

ການສະໝັກເຂົ້າເປັນສະມາຊິກ

ເອກະສານ ສະໝັກ
  • - ສຳເນົາປື້ມສຳມະໂນຄົວ
  • - ສຳເນົາໃບເເຈ້ງເກີດ
  • - ໃບຢັ້ງຢືນຜົນກວດລູກຈາກເເພດ
  • - ຮູບຕິດບັດຂະໜາດ (3x4) 1 ໃບ
  • - ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າມີ)

ໂມງບໍລິການຂອງພວກເຮົາ

ຕາມໂມງ ລັດຖະການ
  • ເປີດໃຫ້ບໍລິການຕັ້ງແຕ່ວັນ ຈັນ-ສຸກ
  • ເວລາ 8:00-16:30 ໂມງ
Scroll to Top